“ອີສານ” ໃນຖານະສັດຕູແລະຜູ້ຄ້ຳຊູສະຫຍາມ : ການຕໍ່ສູ້ຂອງທ້ອງຖິ່ນທີ່ພົວພັນກັບພູມິທັດຢູ່ບົດກະວີ “ໂອ້…ອີສານ” ແລະ “ອີສານຫຼົ້ມ”

“ແສນລ້ານນີ້ມືລາວ          ອັນຫ້າວຫານບໍ່ຫັນເຫ
ຊູໄວ້ບໍ່ໄດ້ເຊ            ສະຫຍາມລັດຈຶ່ງເຮືອງຮອງ”
ການກ່າວອ້າງຂ້າງເທິງນັບວ່າເປັນການສ້າງຕັ້ງກອບທັດສະນະໃໝ່ຂອງຄວາມເປັນ “ລັດອີສານ” ໝາຍເຖີງ ການສ້າງໃຫ້ຖານະຂອງຂົງເຂດອີສານມີອຳນາຈເໜືອກວ່າລັດຖະບານກາງ. ອ້າງອີງໄດ້ຈາກຕົວບົດທີ່ໄດ້ກ່າວໄປແລ້ວ ແລະຍັງອ້າງອີງໄດ້ຈາກຊື່ຂອງຊຸດອີສານໂດຍສະເພາະຄຳວ່າ “ອີສານ” ໃນທີ່ນີ້ໃຊ້ອັກສອນ ศ ເປັນພະຍັນຊະນະຕົ້ນ ຍ້ອນວ່າເມື່ອຊອກຫາຄວາມໝາຍດ້ວຍວິທີການທາງນິຣຸດຕິສາດຊິພົບວ່າການໃຊ້ ศ ໃນຄຳດັ່ງກ່າວນັ້ນຖືເປັນຄຳພາສາສັງສະກິດ ໝາຍເຖິງ ຊື່ພະສິວະ ເທບປະຈຳທິດຕາເວັນອອກສຽງເໜືອ. ຄັນຊັ້ນ, ການທີ່ທ່ານອັດສະນີເລືອກໃຊ້ຊື່ໃນລັກສະນະນີ້ຄົງຊິຕ້ອງການສະແດງໃຫ້ເຫັນເຖິງຄວາມເປັນໃຫຍ່ດ້ວຍຄວາມເຊື່ອທາງສາສະໜາ.