“ອີສານ” ໃນຖານະສັດຕູແລະຜູ້ຄ້ຳຊູສະຫຍາມ : ການຕໍ່ສູ້ຂອງທ້ອງຖິ່ນທີ່ພົວພັນກັບພູມິທັດຢູ່ບົດກະວີ “ໂອ້…ອີສານ” ແລະ “ອີສານຫຼົ້ມ”

ผลงานผ่านการคัดเลือก โครงการ “เขียนใหม่นายผี” รายการที่ 2

ประเภทร้อยแก้ว

โดย ສະເຫຼີມສິນ ສະເຫຼີມແສນຍາກອນ

ກ່າວນຳ

“ຢູ່ເທິງຟ້າບໍ່ມີນໍ້າ ຢູ່ດິນຊໍ້າມີແຕ່ດິນຊາຍ ນໍ້າຕາທີ່ຫຼຸດຫລັ່ງໄຫຼ ກໍ່ຮີບແຊກບໍ່ຖ້າຊຶມ” ແມ່ນສ່ວນໜຶ່ງໃນ “ອີສານ!” ບົດກະວີອະມະຕະຂອງ “ມະຫາກະວີຂອງປະຊາຊົນ”[1] ຫຼື ອັດສະນີ ພົນລະຈັນ, ໜຶ່ງໃນຜູ້ປຸກລະດົມຂະບວນການສ້າງຄວາມເປັນຊາດນິຍົມອີສານຂຶ້ນ. ຂະນະທີ່ລັດໄທເບິ່ງວ່າການເຮັດດັ່ງກ່າວເປັນການເຮັດໃຫ້ເອກະພາບຢູ່ລັດໄທນັ້ນສູນສ້ຽງໄປ ດັ່ງທີ່ Charles F. Keyes (1966) ໄດ້ເວົ້າຢູ່ໃນປື້ມ Peasant and Nation: A Lao-Thai Village in a Thai State ໄວ້ເຖິງ “ບັນຫາພາກຕາເວັນອອກສຽງເໜືອ” (The Northeastern Problem) ເຊິ່ງເບິ່ງວ່ານັກການເມືອງທ້ອງຖິ່ນແລະພໍ່ນາເປັນປັດໃຈສຳຄັນຜູ້ຢູ່ທາງຫຼັງຄວາມບໍ່ສະຫງົບທາງການເມືອງ. ແນວຄິດດັ່ງກ່າວເຮັດໃຫ້ເກີດການຕັ້ງຄຳຖາມວ່າ: ທັດສະນະຂ້າງເທິງເປັນທັດສະນະທີ່ຖືກຕ້ອງແທ້ບໍ່? ຫຼືທັດສະນະດັງກ່າວເປັນພຽງອະຄະຕິຂອງຄົນເມືອງທີ່ເບິ່ງຊົນນະບົດແຕ່ພຽງຂ້າງດຽວ?

ຢ່າງໃດກໍ່ຕາມ, ການຊິພິຈາລະນາຊອກຫາຄຳຕອບຂອງຄຳຖາມເຫຼົ່ານີ້ໃນຜົນງານຂອງທ່ານອັດສະນີຊິອະທິບາຍໃນຂັ້ນຕໍ່ໄປ ໂດຍຂົງເຂດທີ່ຂ້າພະເຈົ້າຊິສຶກສາແມ່ນບົດກະວີ “ໂອ້…ອີສານ” ແລະ “ອີສານຫຼົ້ມ” ເຊິ່ງກຸ່ມຜູ້ສົນໃຈຜົນງານຂອງທ່ານອັດສະນີຢ່າງໃກ້ຊິດ ເຊື່ອວ່າເປັນ “ພາກຕໍ່” ຂອງບົດກະວີ “ອີສານ!” ແຕ່ກໍ່ຍັງບໍ່ມີຫຼັກຖານມາຢັ້ງຢືນຄວາມຄິດດັ່ງກ່າວ. ຂ້າພະເຈົ້າຈຶ່ງສ້າງຕັ້ງສົມມຸດຕິຖານວ່າ: ບົດກະວີທັງສອງເລື່ອງນີ້ບໍ່ໄດ້ເປັນພາກຕໍ່ຂອງບົດກະວີ “ອີສານ!” ແຕ່ສະແດງການເຄື່ອນເໜັງຂອງພາສາທີ່ເນັ້ນເລື່ອງໃຫ້ເປັນໄປໃນທິດທາງດຽວກັນ ແລະຍັງມີຄວາມພົວພັນຕໍ່ກັນທັງດ້ານທີ່ຄືກັນແລະກົງກັນຂ້າມຢ່າງແຍກກັນບໍ່ໄດ້. ລະຫວ່າງການສຶກສາ, ຂ້າພະເຈົ້າຈຶ່ງຂໍໃຊ້ຄຳຮຽກບົດກະວີທັງສາມວ່າ “ຊຸດອີສານ” ໄປກ່ອນ.

ພິເສດ ຈຸດສຳຄັນທີ່ເປັນຕາສົນໃຈຕໍ່ການສ້າງສາບົດກະວີຊຸດອີສານຂອງທ່ານອັດສະນີແມ່ນການໃຊ້ມະໂນພາບພູມິທັດຂອງພາກອີສານທີ່ໂຫດຮ້າຍແລະເປັນຕາຢ້ານຜ່ານການໃຊ້ພາສາໃນໂລກວັນນະກຳ ມາຊ່ວຍອະທິບາຍພາບຂອງຄວາມເຈັບປວດແລະທຸກຍາກຂອງປະຊາຊົນໃນໂລກຄວາມເປັນຈິງ. ກ່າວໄດ້ວ່າເປັນປະດິດຖະກຳທາງພາສາທີ່ສະເຫນີໄພພິບັດເຖິງສອງມິຕິ.

ບົດກະວີຊຸດອີສານໃນຖານະປະດິດຖະກຳສອງມິຕິ

ແຕ່ກີ້ແຕ່ກ່ອນການສຶກສາແນວຄິດທາງວັນນະກຳຫຼືບົດກະວີຕ່າງ ໆ ພະຍາຍາມທີ່ຊິສຶກສາອາລົມຄວາມຮູ້ສຶກຂອງມະນຸດເປັນຫຼັກ ກ່າວໄດ້ວ່າເປັນແນວຄິດລັກສະນະເອົາມະນຸດເປັນໃຫຍ່ (anthropocentrism) ແຕ່ເມື່ອນຳວິທີການດັ່ງກ່າວມາປັບໃຊ້ກັບບົດກະວີຊຸດອີສານ ຊິເບິ່ງໄດ້ວ່າຜິດໄປຈາກຫຼັກຂອງຂອບເຂດທິດສະດີໄປຫຼາຍຢູ່. ຍ້ອນວ່າການເປີດເລື່ອງ (Exposition)[2] ຂອງບົດກະວີທັງສາມນັ້ນເວົ້າເຖິງພູມິທັດຢູ່ຂົງເຂດພາກອີສານ ແລ້ວຈຶ່ງເລົ່າເຖິງຜົນກະທົບຈາກທຳມະຊາດຂອງຄົນພາຍໃນພື້ນທີ່ ເຮັດໃຫ້ຮູ້ວ່າຄວາມສຳຄັນທີ່ທ່ານອັດສະນີຕ້ອງການເວົ້າເຖິງແມ່ນການໃຊ້ທຳມະຊາດເປັນແກ່ນເພື່ອເລົ່າຄວາມທໍລະມານຂອງຄົນອີສານຢ່າງເປັນຮູບປະທຳ ດັ່ງທີ່ເຫັນໄດ້ຈາກຂໍ້ຄວາມໃນບົດກະວີ:

“ແຜ່ນດິນເປັນຝຸ່ນແດງ          ອັນຮ້ອນແລ້ງດ້ວຍອາຍລົມ
ຝົນເທກໍ່ເປັນຕົມ              ຕະຫຼອດທົ່ງຢູ່ທໍລະມາ(ນ)”

(ອີສານຫຼົ້ມ, 2014: 227)

“ສອງມືພວກເຮົາແມ່ນຫິນຜາ      ເຈົ້າສິເບິ່ງເສຍສາ
ແລພວກເຮົາຊິໄດ້ເຫັນດີ”

(ໂອ້…ອີສານ, 2014: 266)

ຊິເຫັນໄດ້ວ່າຕົວຢ່າງທຳອິດແມ່ນບົດກາບຍານີ 11 ທີ່ເປີດເລື່ອງດ້ວຍພູມິທັດທີ່ໂຫດຮ້າຍຕາມຮູບແບບດັ່ງທີ່ໄດ້ກ່າວໄປຂ້າງເທິງແລ້ວ. ໃນຂະນະທີ່ຕົວຢ່າງທີ່ສອງ (ທີ່ເປັນກາບສະບັງ 16) ຊິມີຄວາມແຕກຕ່າງໄປໂດຍຜູກມັດມະນຸດເອົາໄວ້ນຳທຳມະຊາດ. ການເຮັດລັກສະນະນີ້ເປັນການສ້າງໄລຍະຫ່າງຈາກທິດສະດີເອົາຕົນເອງເປັນໃຫຍ່ຫຼາຍຂຶ້ນ. ໃນທາງກົງກັນຂ້າມ, ນັບໄດ້ວ່າເປັນການປັບປ່ຽນຈຸດຢືນໂດຍນຳເອົາທຳມະຊາດເປັນໃຫຍ່ (Ecocentrism) ເຊິ່ງວິເຄາະຕາມທິດສະດີ “ວິຈານເຊິງນິເວດ” (Ecocriticism) ຢູ່ສະໄໝຄື້ນອັນທີ່ສາມອ້າງອີງຈາກ Scott Slovic (2010) ມີການອະທິບາຍເຖິງການສຶກສາເພື່ອປຽບທຽບປະສົບການຂອງມະນຸດຂ້າມວັດທະນະທຳ. ການເຮັດລັກສະນະນີ້ຊ່ວຍໃຫ້ຜູ້ອ່ານສາມາດສຳຫຼວດການປະທະກັນລະຫວ່າງໂລກາພິວັດແລະທ້ອງຖິ່ນ[3] ເຊິ່ງເປັນການສຳຫຼວດທັດສະນະກ່ຽວກັບສິ່ງແວດລ້ອມໄດ້ທຸກດ້ານ. ຄັນຊັ້ນ, ການວິເຄາະລັກສະນະນີ້ຈຶ່ງໂຮມໄປເຖິງການສຶກສາປະເດັນດ້ານມູນເຊື້ອຊາດພັນຜ່ານສິ່ງແວດລ້ອມນຳ ດັ່ງຊິເຫັນໄດ້ວ່າທ່ານອັດສະນີໄດ້ເຕົ້າໂຮມມະນຸດເຂົ້າກັບທຳມະຊາດ ຜະສົມຜະສານຄວາມເຈັບຊໍ້າໃນສອງມິຕິ ໂດຍມິຕິທຳອິດແມ່ນມິຕິຂອງໄພທຳມະຊາດທີ່ເປັນເລື່ອງທຳມະດາສາມັນຂອງພູມິປະເທດແຖບອີສານ. ມິຕິນີ້ຊີ້ໃຫ້ເບິ່ງເຖິງບັນຫາຊັ້ນປະຖົມຂອງຄົນອີສານທີ່ຕ້ອງປະສົບຄວາມທຸກທໍລະມານຈາກຄວາມໂຫດຮ້າຍທາງທຳມະຊາດ. ອີກມິຕິໜຶ່ງແມ່ນມິຕິຂອງໄພທີ່ບໍ່ໄດ້ເກີດຈາກທຳມະຊາດ ແຕ່ເກີດຈາກການກົດຂີ່ຂອງຜູ້ມີອຳນາດ ດັ່ງທີ່ຜາກົດຢູ່ໃນຜົນງານຊຸດອີສານຄວາມວ່າ:

“ລາວກໍ່ປ້ອຍອີສານເສຍໂຕ        ໂອ້ວ່າພວກເຮົາຢ່າຫົວ
ມາເບິ່ງຈິບຫາຍຫ້ວຍເຮືອນ”

(ໂອ້…ອີສານ, 2014: 266)

“ລາວຊື່ສິວ່າບ້າ             ຜູ້ໃດເນີ້ຊິດີແສນ
ສະຫຼາດຄືຜູ້ແທນ             ກໍ່ເບິ່ງທ່າທາງກ້າໂກງ”

(ອີສານ!, 1952)[4]

ມິຕິນີ້ຈຶ່ງສະເໜີວິຖີຊີວິດຂອງຄົນອີສານພາຍໃຕ້ການກົດຂີ່ຂອງສັງຄົມຜູ້ມີອຳນາດ ເຊິ່ງຖືວ່າເປັນຄວາມໂຫດຮ້າຍແບບນາມະທຳ. ກ່າວໄດ້ວ່າ ມິຕິທັງສອງເກີດຈາກການສ້າງສາຜ່ານພາສາເພື່ອເນັ້ນໜັກໄປທີ່ຈິນຕະພາບຈາກປະສົບການທາງອາລົມ ເຮັດໃຫ້ການຮັບຮູ້ຂອງຜູ້ອ່ານເກີດຄວາມຄິດຢ່າງເປັນອັດຕະວິໄສ (subjective). ດ້ວຍເຫດຜົນນີ້, ການຮັບຮູ້ຂອງຜູ້ອ່ານຈຶ່ງເຊື່ອມໂຍງກັບຄວາມເປັນຈິງແລະຈິນຕະພາບຈົນກາຍເປັນຄວາມສະທ້ານຢ້ານກົວໃນລະດັບບຸກຄົນ.

ການຄໍ້າຊູແລະຄວາມເປັນສັດຕູ: ອຸດົມການອີສານໃນຖານະວັດທະນະທຳປໍລະປັກ

ແນວຄິດວ່າດ້ວຍເລື່ອງຂອງ “ບັນຫາພາກຕາເວັນອອກສຽງເໜືອ” ນັ້ນ ສາມາດພົບໄດ້ຕາມປື້ມປະຫວັດສາດໄທທົ່ວໄປ ຍ້ອນວ່າຄະຕິຄວາມເຊື່ອຂອງຄົນໄທຖືກຄວບຄຸມໂດຍລັດທີ່ພະຍາຍາມສ້າງຄວາມເປັນຊາດນິຍົມເພື່ອສະດວກຕໍ່ການເບິ່ງແຍງແລະປົກຄອງ. ດັ່ງນັ້ນ, ແນວຄິດການຕໍ່ສູ້ເພື່ອທ້ອນໂຮມຄວາມເປັນຊຸມຊົນອີສານ ບໍ່ວ່າຊິເປັນທັງທາງກາຍຍະພາບເຊັ່ນ ກະບົດຜີບຸນ ຈົນຮອດຂະບວນການປະຕິວັດຕາມແນວຄິດສັງຄົມນິຍົມ ຫຼືທາງທີ່ບໍ່ເປັນກາຍຍະພາບເຊັ່ນ ການທ້າທາຍອຳນາດຂອງລັດຖະບານກາງຜ່ານບົດຂຽນ ໂດຍສະເພາະບົດກະວີຊຸດອີສານນີ້ ຖ້າວ່າເບິ່ງຕາມແນວຄິດທຳມະດາແລ້ວ ກໍ່ຄົງຊິເຂົ້າໃຈວ່າເປັນວິທີການໃຊ້ພູມິທັດເພື່ອບັນຍາຍຄວາມທໍລະມານເພື່ອປຸກລະດົມກອງກຳລັງຊາວອີສານ ແລ້ວຈຶ່ງຊອກຫາຄວາມຍຸຕິທຳ. ຢ່າງໃດກໍ່ດີ, ເມື່ອພິຈາລະນາຈາກບົດກອນຊິພົບວ່າທ່ານອັດສະນີໄດ້ມ້ຽນເຊື່ອງແນວຄິດສຳຄັນອັນໜຶ່ງໄວ້ແມ່ນກະບວນການສ່ອງແສງອຸດົມການທີ່ເປັນ “ວັດທະນະທຳປໍລະປັກ” (Counter-culture) ເຊິ່ງເປັນການເຮັດແນວກົງກັນຂ້າມຈາກຮີດຄອງຂອງວັດທະນະທຳຫຼັກຂອງຊາດ. ພ້ອມນີ້ ຂ້າພະເຈົ້າໄດ້ວິເຄາະກະບວນການດັ່ງກ່າວອອກມາເປັນປະເດັນໄດ້ 2 ສ່ວນ ດັ່ງນີ້:

 

  1. ປະເດັນເລື່ອງຮູບແບບບົດກະວີແລະການໃຊ້ພາສາ

ທ່ານອັດສະນີເປັນຜູ້ທີ່ສົມຄວນທີ່ຊິໄດ້ຮັບການຍ້ອງຍໍວ່າເປັນມະຫາກະວີຜູ້ໃຊ້ພາສາໄດ້ຢ່າງເລິກແລບຫຼາຍສຸດ ຍ້ອນວ່າເພິ່ນຊອກຫາວິທີການສະເໜີກອນເປົ່າ (Blank Verse) ຢ່າງມີສັນທະລັກ ໝາຍຄວາມວ່າ ເພິ່ນໃຊ້ວິທີສະເໜີແນວຄິດຜ່ານຮູບແບບສະເພາະໂຕ ໂດຍຮູບແບບດັ່ງກ່າວນັ້ນກໍ່ຜາກົດຢູ່ກາບຍານີ 11 ເປັນສ່ວນຫຼາຍ ດັ່ງຕົວຢ່າງ:

“ແສນລ້ານອີສານແລ້ງ       ແຜ່ນດິນແດງຄືເພີງເຜົາ
ແສນລ້ານອີສານເຊົາ        ມາຫຼຸດລົງເປັນທະເລ”

(ອີສານຫຼົ້ມ, 2014: 227)

ຊິເຫັນໄດ້ວ່າລັກສະນະຂອງບົດກະວີເມື່ອອ່ານອອກສຽງແລ້ວຊິສັງເກດວ່າສຽງມີການເນັ້ນໝັກ-ເບົາບໍ່ຄືກັນ. ເບິ່ງຄືວ່າ ທ່ານອັດສະນີຊິເຊື່ອງຮູບແບບສັນທະລັກບູຮານໄວ້ນຳ ໂດຍບາດໜ້ານັ້ນມີລັກສະນະຄືກັບ “ອິນທະຣະວິຊຽນສັນ 11” ແລະບາດຫລັງມີລັກສະນະເປັນ “ສາລິນີສັນ 11”  ຖ້າວ່າອະທິບາຍຄວາມງາມຕາມຂະໜົບແລ້ວ ການໃຊ້ສັນ (ฉันท์) ທັງສອງແບບນີ້ແນໃສ່ຄວາມງາມຂອງພາສາທີ່ໃຊ້ຄືລີລາຂອງພະອິນ ແລະສະເໜີແກ່ນຫຼືຫຼັກຂອງຂໍ້ຄວາມ. ນອກຈາກນີ້ເພິ່ນຍັງມີການຊໍ້າຄຳວ່າ “ແສນລ້ານ” ເພື່ອຕອກຍໍ້າຄວາມຄິດທີ່ເປັນແກ່ນສຳຄັນຕາມສົມມຸດຕິຖານທີ່ຄະເນໄວ້ ລວມທັງມີການໃຊ້ສຳຜັດພະຍັນຊະນະຫຼວງຫຼາຍນຳ ດັ່ງຄູ່ສັມຜັດຢູ່ບົດກະວີຂ້າງເທິງເຊັ່ນ ແສນ-ສານ, ລ້ານ-ແລ້ງ, ດິນ-ແດງ ເປັນຕົ້ນ.

ປະເດັນທີ່ເປັນຕາສົນໃຈຫຼາຍທີ່ສຸດແມ່ນການໃຊ້ພາສາທ້ອງຖິ່ນອີສານ ການເຮັດດັ່ງກ່າວເປັນການເຮັດໃຫ້ແປກ (Defamiliarization) ເຊິ່ງເປັນການທີ່ຜູ້ຂຽນໃຊ້ຮູປສັນຍະ (ພາສາ) ໃນຮູບແບບທີ່ແປກໄປຈາກການຮັບຮູ້ຕາມປົກກະຕິ, ການເຮັດແນວນີ້ຊິຊ່ວຍໃຫ້ຜູ້ອ່ານພິນິດພິຈາລະນາໄປທີ່ຕົວບົດຢ່າງລະອຽດຂຶ້ນ ເຊິ່ງເປັນໄປຕາມທິດສະດີຮູບແບບນິຍົມຮັດເຊຍ (Russian Formalism)[5] ດັ່ງເຊັ່ນ:

“ໂອ້ວ່າພວກເຮົາເຫຼົ່າລູກອີສານ       ໃຊ່ທວຍສາທານ
ອັນທອດອາໄລຖ້າເສຍ(ຊີວິດ)”

(ໂອ້…ອີສານ, 2014: 266)

ຄຳທີ່ຄົນໄທຮູ້ໄດ້ດີຫຼາຍສຸດກໍ່ແມ່ນຄຳວ່າ “ພວກເຮົາ” ນີ້ເອງ ໂດຍສາເຫດທີ່ທ່ານອັດສະນີໃຊ້ວິທີການນີ້ອາດເປັນການສ້າງແນວຄິດຄວາມເປັນຫມູ່ດຽວກັນຕາມກະບວນການທາງສັງຄົມວິທະຍາທີ່ເຊື່ອວ່າມະນຸດນັ້ນຊອກສະແຫວງຫາກຸ່ມຄົນພວກດຽວກັນ (Societal group). ຫຼາຍໄປກວ່ານັ້ນ ການໃຊ້ຄຳວ່າ “ພວກເຮົາ” ໂດຍໂຍງກັບເລື່ອງທີ່ອະທິບາຍ ຍັງເປັນການສ້າງໃຫ້ເກີດການປຸກລະດົມໃຫ້ຕໍ່ສູ້ກັບວັດທະນະທຳຫຼັກນຳ. ນອກຈາກນີ້, ຍັງມີຄວາມກ່ຽວຂ້ອງກັບຮູບແບບຄວາມຄິດດັ່ງທີ່ຊິກ່າວຕໍ່ໄປ.

  1. ປະເດັນເລື່ອງຮູບແບບຄວາມຄິດ

ຮູບແບບຄວາມຄິດຂອງທ່ານອັດສະນີໄດ້ສະເໜີໃນທັດສະນະທີ່ພະຍາຍາມສ້າງຄວາມເປັນອັນໜຶ່ງອັນດຽວໃຫ້ກັບຄົນອີສານ. ວາທະກຳທີ່ເພິ່ນສະແດງການຕອບໂຕ້ວາທະກຳຄວາມເປັນລັດໄທຢ່າງເດັ່ນຊັດຫຼາຍສຸດແມ່ນ ການສ້າງ “ຄວາມສາມັກຄີ” ທີ່ຊ່ວຍໃຫ້ອີສານສາມາດປະກາດເປັນສັດຕູກັບລັດໄທໄດ້ຢ່າງບໍ່ຕ້ອງຢ້ານກົວ ດັງທີ່ເວົ້າວ່າ:

“ສອງມືພວກເຮົາມີແຮງ       ສຽງພວກເຮົາແຍ້ງມີຄົນໄດ້ຍິນ
ສົງສານອີສານສິ້ນ          ຢ່າຟຸບ, ສູ້ດ້ວຍສອງແຂນ!”

(ອີສານ!, 1952)

“ໂອ້ວ່າແມ່ນຄວາມສາມັກຄີ         ແສນລ້ານພວກເຮົາມີ
ມະຫານຸພາບພຶງສະແດງ”

(ໂອ້…ອີສານ, 2014: 267)

ຊິເບິ່ງໄດ້ວ່າບົດກະວີຊຸດອີສານນີ້ໄດ້ສະແດງໃຫ້ເຫັນເຖິງອຸດົມການຂອງທ່ານອັດສະນີທີ່ປະກອບສ້າງພາບຂອງຄວາມສາມັກຄີບໍ່ວ່າຊິເປັນຮູບປະທຳຫຼືນາມມະທຳກໍ່ຕາມ. ອີກປະການໜຶ່ງ ເມື່ອເກີດຄວາມສາມັກຄີຂຶ້ນໃນໝູ່ອີສານແລ້ວ ກະບວນການຕໍ່ໄປແມ່ນການກ່າວອ້າງເຖິງອຳນາດຂອງກຸ່ມຄົນໃນຖານະຜູ້ຄໍ້າຊູລັດສະຫຍາມດັ່ງຕົວຢ່າງ:

“ແສນລ້ານນີ້ມືລາວ          ອັນຫ້າວຫານບໍ່ຫັນເຫ
ຊູໄວ້ບໍ່ໄດ້ເຊ            ສະຫຍາມລັດຈຶ່ງເຮືອງຮອງ”

(ອີສານຫຼົ້ມ, 2014: 227)

ການກ່າວອ້າງຂ້າງເທິງນັບວ່າເປັນການສ້າງຕັ້ງກອບທັດສະນະໃໝ່ຂອງຄວາມເປັນ “ລັດອີສານ” ໝາຍເຖີງ ການສ້າງໃຫ້ຖານະຂອງຂົງເຂດອີສານມີອຳນາຈເໜືອກວ່າລັດຖະບານກາງ. ອ້າງອີງໄດ້ຈາກຕົວບົດທີ່ໄດ້ກ່າວໄປແລ້ວ ແລະຍັງອ້າງອີງໄດ້ຈາກຊື່ຂອງຊຸດອີສານໂດຍສະເພາະຄຳວ່າ “ອີສານ” ໃນທີ່ນີ້ໃຊ້ອັກສອນ ศ ເປັນພະຍັນຊະນະຕົ້ນ ຍ້ອນວ່າເມື່ອຊອກຫາຄວາມໝາຍດ້ວຍວິທີການທາງນິຣຸດຕິສາດຊິພົບວ່າການໃຊ້ ศ ໃນຄຳດັ່ງກ່າວນັ້ນຖືເປັນຄຳພາສາສັງສະກິດ ໝາຍເຖິງ ຊື່ພະສິວະ ເທບປະຈຳທິດຕາເວັນອອກສຽງເໜືອ[6]. ຄັນຊັ້ນ, ການທີ່ທ່ານອັດສະນີເລືອກໃຊ້ຊື່ໃນລັກສະນະນີ້ຄົງຊິຕ້ອງການສະແດງໃຫ້ເຫັນເຖິງຄວາມເປັນໃຫຍ່ດ້ວຍຄວາມເຊື່ອທາງສາສະໜາ.

ບົດສະຫຼຸບ

ຈາກແນວຄິດຄວາມເໜືອຊັ້ນກວ່າຂອງອຳນາດລັດອີສານນັ້ນ ເຮັດໃຫ້ຄວາມເປັນຊາດໄທຕາມແນວຄິດວັດທະນະທຳຫຼັກຖືກທຳລາຍໄປໝົດ ຍ້ອນວ່າຄວາມເປັນລັດຊາດຖືກຖ່າຍໂອນຈາກລັດຖະບານກາງເປັນຂົງເຂດອີສານໄປແລ້ວ. ຖ້າວ່າເບິ່ງຈາກທັດສະນະທົ່ວໄປກໍ່ສາມາດກ່າວໄດ້ວ່າ ການເຮັດດັງກ່າວແມ່ນການສ້າງຄວາມເປັນ “ທ້ອງຖິ່ນນິຍົມ” ແຕ່ຖ້າວ່າພິຈາລະນາຮູບແບບການສ່ອງແສງກະບວນການສ້າງຄວາມເປັນທ້ອງຖິ່ນນີ້ ກັບມີລັກສະນະບໍ່ແຕກຕ່າງຈາກແນວຄິດການສ້າງວາທະກຳຄວາມເປັນລັດ ພຽງແຕ່ການຮຽກຂານນັ້ນແຕກຕ່າງໄປ ອາດຍ້ອນວ່າສຸດທ້າຍແລ້ວ ກະບວນການຂຽນປະຫວັດສາດນັ້ນຍັງເປັນຂອງລັດຖະບານກາງຢູ່. ຖ້າວ່າອະທິບາຍຕາມແນວຄິດປະຫວັດສາດນິຍົມແນວໃໝ່ (New Historicism)[7] ກໍ່ຊິໄດ້ວ່າ ການຂຽນປະຫວັດສາດໃຫ້ເກີດຄວາມເປັນກາງຫຼືພາວະທີ່ບໍ່ເປັນອັດຕະວິໄສ (Objective) ນັ້ນ ລັດຖະບານກາງບໍ່ສາມາດເປັນໄປໄດ້ຢ່າງແທ້ຈິງ ຍ້ອນວ່າອຸດົມການຊຸດຫນຶ່ງ ໆ ທີ່ເປັນຕາເຊື່ອກໍ່ເກີດຈາກຄວາມເຂົ້າໃຈຈາກຂົງເຂດຄວາມຄິດຂອງໃຜລາວ. ລວມທັງການຈົດກ່າຍຖ່າຍທອດຂອງນັກປະຫວັດສາດກໍ່ຜ່ານການສະເຫນີຊຸດຄວາມຈິງໂດຍໃຊ້ພາສາ. ຢ່າງໃດກໍ່ດີອຳນາດທີ່ແທ້ຈິງຈຶ່ງບໍ່ໄດ້ຫຼຸດໄປຢູ່ກັບລັດອີສານດັ່ງທີ່ທ່ານອັດສະນີໃຝ່ຝັນໄວ້ ແຕ່ຮູບສັນຍະທີ່ສະແດງດ້ວຍພາສານັ້ນໄດ້ນຳໃຫ້ລັດອີສານສາມາດມີອຳນາດໄດ້ເປັນຢ່າງດີ. ຊ້ຳບໍ່ພໍ, ທ່ານອັດສະນີກໍ່ສາມາດບັນຍາຍຄວາມພົວພັນລະຫວ່າງມະນຸດແລະທຳມະຊາດໄດ້ຢ່າງປະສານເປັນອັນໜຶ່ງອັນດຽວ ແລະຍັງສະແດງໃຫ້ເຫັນຖຶງຜົນຂອງຄວາມພົວພັນຂອງ “ຊຸດອີສານ” ທີ່ບໍ່ໄດ້ເປັນພາກນຳ-ພາກຕໍ່ ຕໍ່ກັນ ແຕ່ເປັນຊຸດຂອງບົດກະວີທີ່ສະແດງຄວາມອະຫັງການໃນການປຸກເຮົ້າອຳນາດຂອງປະຊາຊົນທ້ອງຖິ່ນອີສານໄດ້ຈົນເຖິງທຸກມື້ນີ້.

 

ບັນນານຸກົມ

ພາສາໄທ

เก่งกิจ กิติเรียงลาภ. (2562). เขียนชนบทให้เป็นชาติ. กรุงเทพฯ: มติชน

ธงชัย วินิจจะกูล. (2544). “ประวัติศาสตร์ไทยแบบราชาชาตินิยม” ใน ศิลปวัฒนธรรม. ปีที่ 23, ฉบับที่ 1. (พฤศจิกายน)

ธัญญา สังขพันธานนท์. (2559). แว่นวรรณคดี ทฤษฎีร่วมสมัย. ปทุมธานี: สำนักพิมพ์นาคร. น.338-340

นายผี. (2556). ศิลปาการแห่งกาพย์กลอน, (ออนไลน์). สืบค้นเมื่อ 21 พฤษภาคม 2562 จาก http://readery.co/9786167158242

นายผี. (2557). กาพย์กลอนวิพากษ์วิจารณ์สังคมและการเมืองสยาม เล่ม 3 (พ.ศ.2494-2495 และ 2501-2502).             กรุงเทพฯ: สำนักพิมพ์อ่าน. น.227, 265-267

เนาวนิจ สิริผาติวิรัตน์. (2557). “เอกสาร “นายผี” จากครอบครัวพลจันทร” ใน จุลสารหอจดหมายเหตุธรรมศาสตร์. ฉบับ 17, (มิถุนายน 2556 – พฤษภาคม 2557). น.79-97

พันธวัฒน์ เศรษฐวิไล. (2561). ‘นายผี’ ในมุมของนักวิจารณ์วรรณกรรม และนักกฎหมาย, (ออนไลน์). สืบค้นเมื่อ 20 พฤษภาคม 2562 จาก https://www.the101.world/100-anniversary-nai-phee/

ศิวภรณ์ หอมสุวรรณ. (2535). วรรณกรรมปัจจุบัน. เชียงใหม่: ภาควิชาภาษาไทย คณะวิชามนุษยศาสตร์และ สังคมศาสตร์ สถาบันราชภัฏเชียงใหม่. (อัดสำเนา).

สุจิตต์ วงษ์เทศ. (2555). “อธิบายคำว่า อีสาน, อิสาน, อีศาน” ใน นิตยสารทางอีศาน. ปีที่ 1, ฉบับที่ 8 (ธันวาคม), น.3

สุรเดช โชติอุดมพันธ์. (2559). ทฤษฎีวรรณคดีวิจารณ์ตะวันตกในคริสต์ศตวรรษที่ 20. กรุงเทพฯ: สำนักพิมพ์แห่งจุฬาลงกรณ์มหาวิทยาลัย

ພາສາລາວ

ກະວິນແກ້ວ ກາວິລະ. (2015). ກຳເນີດອີສານ, (ອອນໄລ). ຊອກຫາເມື່ອ 22 ພຶດສະພາ 2019 ຈາກ https://laopost.com/ກຳເນີດອີສານ/

ພາສາອັງກິດ

Keyes, Charles F. (1966). Peasant and Nation: A Lao-Thai Village in a Thai State. (Ph.D. Dissertation, Cornell University).

Slovic, Scott. (2010). “The Third Wave of Ecocriticism: North American Reflections on the Current Phase of the Discipline” in Ecozon@. Vol.1, No.1. P.5-8

[1] ເປັນສາຍາຫນຶ່ງທີ່ຈິດ ພູມິສັກ (2014: 78, ອ້າງເຖິງໃນ ເນົາວະນິດ ສິຣິຜາຕິວິຣັດ, 1957) ຍ້ອງຍໍໄວ້ໃນບົດວິຈານກາບກອນເລື່ອງ “ອີສານ”.

[2] ອົງປະກອບໜຶ່ງຂອງບົດຂຽນປະເພດເລື່ອງອ່ານຫຼິ້ນ (Fiction) ມີຄວາມສຳຄັນຢ່າງຫຼວງຫຼາຍຕໍ່ເລື່ອງ ຍ້ອນວ່າເປັນສ່ວນທີ່ບັນຍາຍສາກ ຕົວລະຄອນ ຫຼືເຫດການທີ່ສາມາດດຶງດູດຜູ້ອ່ານໄດ້.

[3] ທັນຍາ ສັງຂະພັນທານົນ, ແວ່ນວັນນະຄະດີ ທິດສະດີຮ່ວມສະໄໝ (ປະທຸມທານີ: ສຳນັກພິມນາຄອນ, 2016), ນ.338-340.

[4] ຜາກົດຢູ່ບົດຄວາມ ອັກສະຣາວະດີ ໃນ ໜັງສືພິມສະຫຍາມສະໄໝ ສະບັບມື້ທີ່ 3 ເມສາ 1952.

[5] ສຸລະເດດ ໂຊດອຸດົມພັນ, ທິດສະດີວັນນະຄະດີວິຈານຕາເວັນຕົກຢູ່ຕະສະຕະວັດທີ່ 20 (ກຸງເທບ:ສຳນັກພິມແຫ່ງມະຫາວິທະຍາໄລຈຸລາລົງກອນ, 2016), ນ.55-59

[6] ເຄີຍໃຊ້ມາແລ້ວຫລັງປີ ຄ.ສ.457 ໃນຊື່ລັດ “อีศานปุระ” ແລະ “อีศานวรมัน”

[7] ເບິ່ງເພີ່ມເຕີມ ຈອນ ເອັດ. ອາໂນລ, ປະຫວັດສາດຂອງປະຫວັດສາດ, ແປໂດຍ ໄຊຍັນ ຮັດຊະກູນ (ກຸງເທບ: ສູນມານຸດສະຍະວິທະຍາສິລິນທອນ (ອົງການມະຫາຊົນ), 2006), ນ. 51-52

 

ສະເຫຼີມສິນ ສະເຫຼີມແສນຍາກອນ ນັກສຶກສາຊັ້ນປີທີ່ 3 ພາກວິຊາພາສາໄທ ຄະນະອັກສອນສາດ ມະຫາວິທະຍາໄລຈຸລາລົງກອນ
เฉลิมศิลป์ เฉลิมแสนยากร เป็นนิสิตในโครงการสู่ความเป็นเลิศด้านภาษาและวรรณคดีไทย (รุ่นที่24) คณะอักษรศาสตร์ จุฬาลงกรณ์มหาวิทยาลัย ผู้หลงใหลในภาษา ประวัติศาสตร์ และสังคม ผลงานส่วนใหญ่จึงเป็นเสมือนคำแถลงการณ์ที่ขับเน้นความคิดผ่านภาษาในฐานะรูปสัญญะ เพื่อให้เป็นประโยชน์แก่สังคมในด้านใดด้านหนึ่ง